Customs and Traditions

ຮີດ 12

Generally, Lao people are Buddhist. There are twelve months in Buddhist calendar. Every month there is one big celebration happening at temple annually and these twelve important ceremonies are known as Heedsipsong and followed by fourteen rules that everyone adhere to and these are known as Khongsipsee.

ຮີດ ມາຈາກຄຳບາລີ ວ່າ ຈາຣີຕະ ລາວເຮົາໃຊ້ວ່າ ຈາຮີດຕໍ່ມາ ເຫລືອແຕ່ ຮີດ ຄຳວ່າ ຈາຮີດ ແປວ່າ ປະເພນີທີ່ເຄີຍປະພືດມາ

ຮີດ12 ໃນທີ່ນີ້ຫມາຍເອົາປະເພນີການທຳບຸນຕາມເດືອນທັງ 12 ເດືອນ ຫລື ປະເພນີ ທີ່ຕ້ອງທຳຕາມເດືອນນັ້ນຯ ທີ່ໂບຣານເຄີຍພາທຳມາ ມີດັ່ງນີ້:
1. ເດືອນ 1 (ເດືອນຈຽງ): ນິມົນ ພະສົງອົງຄະເຈົ້າເຂົ້າປາລິວາດກຳ (ເຂົ້າກຳ)

2. ເດືອນ 2 (ເດືອນຍີ່): ນິມົນ ພະສົງອົງຄະເຈົ້າສູດໄຊຍະມຸງຄຸນເຂົ້າ (ບຸນຄູນເຂົ້າ)

3. ເດືອນ 3 ເດືອນສາມເພັງທຳບຸນເຂົ້າຈີ່ ແລະ ບຸນມາຄະບູຊາ (ມື້ຂື້ນ15 ຄ່ຳໃນປີປົກະຕິມາດ ຖ້າປີໃດເປັນປີອະທິມາດ ຄືເດືອນເກີນ 8 ສອງຫົນ ເລື່ອນໄປເປັນວັນຂື້ນເດືອນ 4

4. ເດືອນ 4: ທຳບຸນພະເວດສັນຕະຊາດົກ ຫລື ບຸນມະຫາຊາດທຳມະເທດສະໜາຄັ້ງໃຫຍ່ໃນພຸດທະສາສະໜາ ໃຫ້ຫາດອກໄມ້ມາໄວ້ສັກກາຣະບູຊາ

5. ເດືອນ 5: ປີໃໝ່ລາວ ທຳບຸນກິນທານ ຕ້ອນຮັບປີໃໝ່ ໃຫ້ນິມົນພຣະສັງຄະເຈົ້າຕັ້ງສູດໄຊຍະມຸງຄຸນ ຣຸ່ງເຊົ້າອັນເປັນມື້ເນົາ ໃຫ້ພາກັນທຳບຸນໄຫ້ທານ ເຂົ້ານ້ຳໂພຊນາອາຫານ ແກ່ສັງຄະເຈົ້າຜູ້ມີສີລແລ້ວ ຂໍສົມມາຄາຣະວະພຣະພຸທຣູບເຈົ້າ ພຣະທັມມະເຈົ້າ ພຣະສັງຄະເຈົ້າ ພໍ່ແມ່ເຖົ້າແກ່ ແລະ ຜົວແຫ່ງຕົນ

6. ເດືອນ 6: ໃຫ້ທຳພຸດທາພິເສກ ຫົດສົງພຣະພຸທຣູບເຈົ້າ ແລ້ວ ເຊີຍພຣະພຸທຣູບເຈົ້າຂື້ນແທ່ນບັນລັງຕາມເດີມ ຫລື ທຳບູນບວດຮົດ ແລະ ທຳບຸນວິສາຂະບູຊາ (ມື້ຂື້ນ 15 ຄ່ຳ)

7. ເດືອນ 7: ບຸນລ້ຽງມະເຫສັກຫລັກເມືອງ ແລະ ໃຫ້ທຳພິທີເບີນຊຳຣະ ຂັບໄລ່ ແນວຂີ້ດຽດຈັງໄຮ ແນວບໍ່ດີບໍ່ງາມຊື່ງອາດຈະເກີດມີຂື້ນ

8. ເດືອນ 8: ບຸນເຂົ້າພັນສາ ປ່າວເຕີນຍາຕິພີ່ນ້ອງເອົາເພີ້ງມາຕີທຽນເຫລັ້ມໃຫຍ່ ຖວາຍແກ່ສັງຄະເຈົ້າ ແລະ ຖວາຍເຂົ້ານ້ຳໂພຊນາອາຫານພັງທັມມະເທສນາຕາມສັດທາ (ມື້ຂື້ນ 15 ຄ່ຳ)

9. ເດືອນ 9: ບຸນເຂົ້າປະດັບດິນ ນິມົນພຣະສັງຄະເຈົ້າສູດໄຊຍະມູງຄຸນ ຣູ່ງເຊົ້າຈິ່ງເອົາເຂົ້າປະດັນດີນໄປຢາຍໄວ້ຕາມດີນຕາມຫຍ້າ ອຸດທີຝາກໄປຫາຍາຕິພີ່ນ້ອງ ແລະ ເຜດຜີ ທັງຫລາຍ ແລະຖວາຍແກ່ສັງຄະເຈົ້າ (ມື້ແຮມ 14 ຄ່ຳ)

10. ເດືອນ 10: ບຸນເຂົ້າສະຫລາກ ຝາກໄປຫາຍາຕິພີ່ນ້ອງ ແລະ ເທວະດາອາຣັກທັງຫລາຍ (ມື້ຂື້ນ 15 ຄ່ຳ)

11. ເດືອນ 11: ບຸນອອກພັນສາ ທຳການບະສີພຣະພິກຂຸສາມະເນນຖວາຍເຂົ້ານ້ຳໂພຊນາອາຫານ ແລະຜ້າຈຳນຳວັດສາ ແກ່ພຣະສົງແລ້ວນິມົນທ່ານໃຫ້ຢູ່ຕໍ່ໄປ ເພື່ອຈຳວັດສາໃນປີຫນ້າ (ມື້ຂື້ນ 15 ຄ່ຳ)

12. ເດືອນ 12: ບຸຸນກະຖິນ ທຳໄດ້ຫລັງອອກພັນສາ 1 ເດືອນ ແລະ ມື້ຂື້ນ 15 ຄ່ຳ ບຸນພະ ທາດຫລວງວຽງຈັນ

ຄອງ 14

1: ເມື່ອໄດ້ເກັບກ່ຽວພືດພັນທັນຍາຫານເປັນເຂົ້າ ໝາກໄມ້ພືດຜົນໄດ້ແລ້ວ ຄວນທຳບຸນໃຫ້ທານແກ່ຜູ້ມີສີລ ແລ້ວຕົນຈຶ່ງກີນພາຍລຸນ

2: ຢ່າໂລບລ່າຍຄົດຄ້ຽວຂາຍຈ່າຍເງີນແດງແປງເງີນຄ້ວງ ແລະ ຢ່າກ່າວຄຳຫຍາບສາບແຊ່ງແຂ່ງຂັນປະຫັດປະຫານກັນ

3: ພາກັນເຮັດຮົ້ວຕ້າຍອ້ອມວັດອ້ອມເຮືອນ

4: ເມື່ອຈັກຂຶ້ນເຮືອນໃຫ້ລ້າງຊ່ວຍຕີນເສຍກ່ອນ
5: ເມື່ອເຖີງວັນສີລ 7 8 14 ແລະ 15 ຄ່ຳໃຫ້ທຳການບູຊາຢ້າວເຮືອນບ່ອນບ່ອນພັກພາອາໃສ

6: ກ່ອນຈະເຂົ້ານອນ ຕ້ອງລ້າງຊ່ວຍຕີນເສຍກ່ອນ

7: ເຖີງວັນພະວັນສີລ ໃຫ້ເອົາດອກໄມ້ທູບທຽນບູຊາຜົວແຫ່ງຕົນ ແລະ ເມື່ອເຖີງວັນລົງອຸໂປສົດ ໃຫ້ແຕ່ງດອກໄມ້ທູບທຽນໄປກາບໄຫວ້ ສາທຸການພະສັງຄະເຈົ້າ

8: ເຖີງວັນສີລດັບສີລເພງ (14 ຫລື 15 ຄ່ຳ) ໃຫ້ຕັກບາດຢາດນ້ຳ ຖືສີລກິນເຈວັນວັນພະດີນັກແລ

9: ເມື່ອພະສົງມາບິນທະບາດ ຢ່າໄຫ້ເພີ່ນຄອຍຖ້າ ເວລາຕັກບາດບໍ່ໃຫ້ມືຊູນຕ້ອງປາກບາດ ບໍ່ໃຫ້ໂຍນໃສ່ບາດ ບໍ່ຖືເກີບ ບໍ່ກັ້ງຄັນຮົ່ມ ບໍ່ຖືໝວກ ຫລື ເອົາຜ້າປົກຫົວ ຫລື ອູ້ມລູກຫລານ ແລະ ມືບໍ່ຖືສາດຕຣາວຸດ

10: ເມື່ອພະສົງເຂົ້າປະລີວາສະກຳ ຊຳລະເບື້ອງຕົ້ນນັ້ນ ໃຫ້ມີຂັນດອກໄມ້ທູບທຽນ ແລະ ເຄື່ອງອັດຖະບໍລິຂານໄປຖວາຍທານ

11: ເມື່ອເຫັນພະສົງຍ່າງກາຍມາ ຕ້ອງທອບຕົວນັ່ງລົງຍໍມືໄຫວ້ເສຍກ່ອນຈື່ງຄ່ອຍກ່າວວາຈາ

12: ຢ່າຢຽບເງົາພະສົງອົງຄະເຈົ້າ ແລະ ສາມະເນນ

13: ຢ່າເອົາອາຫານທີ່ເປັນເງື່ອນໄປຖວາຍພະ ແລະ ຢ່າເອົາໃຫ້ຜົວກີນ ເວລາກີນເຂົ້າໃຫ້ຜົວກິນກ່ອນ 3 ຄຳ

14: ຢ່າເສບກາມໃນວັນພະວັນສີລ ແລະ ອອກພັນສາ ວັນມະຫາສົງການ ແລະ ວັນບຸນທາງສາສະໜາຕ່າງຯ

Leave a Comment