LEPROZY

With the release of their new single “ເກັບໄວ້ຮັກຫຼືພຽງເສຍດາຍ” followed by their super sexy music video, break through isn’t on their mind. As Loprozy formed way back in 2006 when some members of two rock bands e-Tan and Sahara amalgamated due to their circumstances. Some band members have pursued further higher education overseas and some stay and put in the hard yard doing gigs in club, pub, bar, restaurant and even at festival.

Over the years Leprozy have several hit songs of their own namely “ເກັບໄວ້ຮັກຫຼືພຽງເສຍດາຍ” – Gap Via Huk Rue Pieng Sien Di, “ສັນຍາລົມໆແລ້ງໆ” – Sunya Lomlom Langlang or “ເກີນໄປ”. Fans are able to watch or listen to some fantastic songs here at laopress.com. As presented, their poignant combination of punk, rock and metal put them at the forefront of the alternative rock genre.

Currently band makes up by four musician friends. Do (Bass), Bibu (Drum), Tony (Vocal) and Duth (guitar) make up of this awesome alternative rock band. They are still one of the most fun and entertaining live bands from Vientiane Capital. Tony, the lead singer performs regularly in pub or club for the joy of it in Vientiane. When in town check him out.  As for the rest of the team they are earning their crafts or enjoying other interests. But they always have the previous time getting together to make quality music.

Leprozy is best seeing them live as they have been doing concerts for a very long time, They play in venues ranging from very small and cosy restaurants around Vientiane where only love birds come out to dine fine foods and drink classic French wines, or in big events such as Vang Vieng Music Festival or Pattaya Music Festival where there could be as much as 50,000 or more people attending. These guys are the real deal.

Their latest song is “ເກັບໄວ້ຮັກຫຼືພຽງເສຍດາຍ” – Gap Via Huk Rue Pieng Sien Di” meaning “Keep for Love Or For Playing” produced by Olano, Jarabout and Duth through Indee Record. This is one cool song to listen to.

To find out more about Leprozy, laopress.com also has exclusive interview with them. Even better it’s in Lao so check it out

 

Origin: Vientiane, Laos
Genre: Alternative rock
Facebook: Leprozy
Band Members:
• Tom Bass, Tong Drum, Tony Vocal, Duth Guitar 2006-2011
• Do Bass, Bibu Drum, Tony Vocal, Duth Guitar 2012- Presents

 

SONG

Share

×

PHOTO GALLEY

[Best_Wordpress_Gallery id=”32″ gal_title=”Leprozy”]

 

INTERVIEW

LAOPRESS.COM: ເປັນຫຍັງຄືຮ້ອງຕົວເອງວ່າ “Leprozy” ເປັນຕາຢ້ານແທ້
LEPROZY: ເປັນຫຍັງຄືຮ້ອງວ່າ ເລ່ໂພຊີ
ເພາະມັນເປັນການຫຼີ້ນຄຳຂອງພາສາລາວ, ເພື່ອຢາກບອກວ່າພວກເຮົາເປັນນັກດົນຕີທີ່ເກົ໋າໃດ໋ !! ອ້າວເປັນຫຍັງຈຶ່ງວ່າເກົ໋າ ກະເພາະວ່າພວກເຮົາເປັນເລ່ໂພ່ຊີ້ ເປັນຂີ້ເຮື້ອນອີ່ຫຍັງປະມານນີ້. ແຕ່ທີ່ຈິງແມ່ນພຽງແຕ່ພວກເຮົາຫາຄຳສັບທີ່ເປັນພາສາອັງກິດເຈ໋ງໆໃນ dictionary ເບິ່ງຊື່ໆ …

LAOPRESS.COM: Leprozy ມີໝູ່ຫຼີ້ນນຳກັນຈັກຄົນແທ້
LEPROZY: ເລ່ໂພຊີ້ ມີໝູ່ຫຼີ້ນນຳ? ຖ້າໝູ່ສະເພາະໃນວົງນີ້ ແມ່ນ ສາມະຊິກລຸ້ນທຳອິດ ມີ:
ຕ້ອມ ຕ໋ອງ (ສອງນ້ອງອ້າຍ)
ມີ ດັດ ແລະ ໂທນີ້ (ຈົນຮອດປະຈຸບັນ)
ແລະ ຕໍ່ມາມືກອງ (ຕ໋ອງລົດລົ້ມ ເລີຍເອົາ ບິບູ່ ມືກອງທີ່ຖ່າຍໃນເອັມວີເພງສັນຍາ,ເສຍດາຍ ແລະ ເປັນຄົນອັດກອງເພງສັນຍາກັບເພງເສຍດາຍເອງ ແລະ ເພງເກີນໄປນຳ)
ແລະ ມືເບສ ຊື່ ໝານ້ອຍຊິ່ງເປັນຄົນໃນວົງການຄືກັນມາຫຼີ້ນເບສກ່ອນ (ເພາະຕ້ອມລົມກັນບໍ່ຮູ້ເລືອ່ງແຕ່ຍັງເປັນໝູ່ກັນຢູ່)
ແລະ ຕໍ່ມາໃນປະມານຊ່ວງອອກທົວຕາມງານເບຍງານຕ່າງ ຊຶ່ງມືກອງຫຼັກເຮົາ ບີບູ່ ໄປຮຽນຕໍ່ທີ່ຈີນ ເລີຍເອົາ ໂດລ້າ ປະຈຸບັນຕີກອງໃຫ້ວົງ black eyes ມາຕີແທນ
ແລະ ຍັງມີ ຕ້ອມ temple guys ເຄີຍມາຕີໃຫ້
ແລະ ລ່າສຸດ ໝານ້ອຍ ກໍ່ໄດ້ອອກໄປຍ້ອນວ່າຕ້ອງການຫຼີ້ນກິຕ້າ ເລີຍມີໂດ້ ສະມາຊິກປະຈຸບັນ ທີ່ຢູ່ໃນເອັມວີ ເສຍດາຍ ແລະ ຊ່ວຍກັນສ້າງຜົນງານຮ່ວມກັນຕໍ່ມາ

ສະລຸບແລ້ວ ມີ ທັງ ໝົດ
1 ຕ້ອມ ເບສ
2 ໝານ້ອຍ ເບສ
3 ໂດ້ ເບສ

1 ຕ໋ອງ ກອງ
2 ບິບູ່ ກອງ
3 ໂດ່ລ້າ ກອງ
4 ຕ້ອມນ້ອຍ ກອງ

ດັດ ແລະ ໂທນີ້ ເປັນຜູ້ກໍ່ຕັ້ງ .

LAOPRESS.COM: ວົງ Leprozy ມາຈາກວົງ E-TAN ແລະ SAHARA ປີ 2006 ກ່ອນນັ້ນພວກນ້ອງເຄີຍອອກເພງ ຫຼື ຊີດີມາກ່ອນບໍ ຫຼືວ່າ ມີແຕ່ຫຼີ້ນຢູ່ ຮ້ານຄລັບ ແລະບາກັນໄປ
LEPROZY: ວົງເລໂພຊີ ມາຈາກອີ່ແຕນ ແລະ ຊາຮາລ້າ ໃນປີ 2006 .
ຂໍເລົ່າຄືນສະໄໝນັ້ນໜ່ອຍໜຶ່ງ
ເຮົາ ແລະ ໂທນີ້ ແມ່ນກຳລັງຮຽນຈົບມັດຖະຍົມ
ຊຶ່ງໂທນີ້ແມ່ນມີວົງອີ່ແຕນ
ສ່ວນເຮົາແມ່ນເຮັດວົງ ຊາຮາລ້າ ຮ່ວມກັບ ຕ້ອມ ແລະ ຕ໋ອງ ຢູ່ແລ້ວ ແລະ ກຳລັງເຮັດງານເພງ ຢູ່ໃນຄ້າຍ ວາເລນທາຍມິວຊິກ ຄ້າຍດຽວກັບວົງ Unicorn, Fee, ຕິ່ງໄພລາວັນ ອື່ນໆ ທີ່ກຳລັງດັງໃນຕອນນັ້ນ.
ແຕ່ເສຍດາຍທັງສອງວົງພວກເຮົາ ຍັງບໍ່ທັນໄດ້ມີຜົນງານເທື່ອ ແລະ ຍັງເປັນນັກຮຽນກັນຢູ່.

LAOPRESS.COM: ເພງທຳອິດຂອງວົງ Leprozy ແມ່ນເພງຫັຍງ ປີໄດ
LEPROZY: ເພງທຳອິດຂອງວົງເລໂພຊີ້ ແມ່ນ ເພງ Controversy ຊຶ່ງເປັນເພງໃຕ້ດິນທີ່ພວກເຮົາສ້າງມັນອອກມາເປັນເພງທຳອິດຮ່ວມກັນນ່າຈະແມ່ນອອກມາປີ2007 ເປັນແນວpost metalcore ທີ່ຍັງບໍ່ມີມາກ່ອນເລີຍນສະໄໝນັ້ນ.

LAOPRESS.COM: ເພງໃໝ່ຂອງພອກນ້ອງ ເກັບໄວ້ຮັກຫຼືພຽງ (ເສຍດາຍ) ໃຜເປັນຜູ້ແຕ່ງ ເລື້ອງລາວຂອງເພງນີ້ຊົງມາຈາກຄວາມປະຊົບການນໍ ຂຽນໄດ້ດີຫຼາຍ ເນື້ອຮ້ອງນຳນອງຄັກໆ ວີດີໂອ ເຊສຊີ ຫຼາຍ
LEPROZY: ຂໍໃຫ້ໂທນີ້ເປັນຄົນຕອບລະກັນເພາະໂທນີ້ເປັນຄົນແຕ່ງ .
LAOPRESS.COM: ມັກຫລີ້ນເພງປະເພດແນວໄດ ເພງສາກົນ ຫຼືເພງໄທ
LEPROZY: ສ່ວນໂຕແລ້ວພວກເຮົາມັກເພງສາກົນຫຼາຍກວ່າ ສ່ວນເພງໄທແມ່ນເຮົາມັກແນວນອກກະແສ.

LAOPRESS.COM: ດຽວນີ້ມີໂຄງການອອກເພງໄໝ່ຢູ່ບໍ ກະວ່າປີໄດຈະອອກ
LEPROZY: ທີ່ຈິງພວກເຮົາກະມີແຜນອອກເພງໃໝ່ເລື້ອຍໆກັນຢູ່ ແຕ່ກໍມີຄວາມຈຳເປັນດ້ານເສດຖະກິດ ເລີຍໄດ້ ຄ່ອຍໆເຮັດກັນໄປ . ຄາດວ່າຈະອອກມາອີກໄວໆນີ້ ອາດຈະໃນປີນີ້.

LAOPRESS.COM: ພວກນ້ອງຫຼີ້ນດົນຕີມາຫຼາຍກົ່ວສີບປີແລ້ວ ເຄີຍຫຼີ້ນຢູ່ຄັລບນ້ອຍໆ ຮ້ານອາຫານ ແລະ ຄອນເສີດໄຫຍ່ໆ ເຊ່ນ ວັງວຽງ ເຟສທິໂວລ ມີຫຼາຍກົ່ວສີບໆພັນຄົນໄປເບີ່ງ ພວກນ້ອງມັກຫຼີ້ນໂມດໄດ ເຄີຍໄປຫຼີ້ນນອກປະເທດນຳເຂົາແລ້ວຕີ
LEPROZY: ສຳຫຼັບງານໃຫຍ່ທີ່ສຸດທີ່ພວກເຮົາໄດ້ໄປມາແມ່ນ ງານ pattaya music festival 2010 ທີ່ຈັດປະເທດໄທ. ເຊິ່ງໃນເມື່ອກ່ອນພວກເຮົາກໍໄດ້ຫຼີ້ນເພງຂອງພວກເຮົາເອງ ປະສົມກັບເພງສາກົນທີຄົນເບິ່ງມັກ ບາງເພງ ກໍ່ຫຼີ້ນແບບ original ບາງເພງ ກໍ່ cover . ແຕ່ຖ້າຊ່ວງແລກໆທີ່ຫຼີ້ນກັນໃຕ້ດິນ underground ພວກເຮົາກໍຫຼີ້ນແນວ metal ເພງຂອງວົງ lamb of god, killswitch engage, job for a cowboy etc ….

LAOPRESS.COM: ແລະຄິດວ່າຖ້າມີໂອກາດ ຢາກຮ່ວງງາມກັບວົງໄດ ຫຼືນ້ອງຮ້ອງຜູ້ໄດ
LEPROZY: ສ່ວນໂຕເຮົາເອງ ( ດັດ ) ຢາກຫຼີ້ນກັບ Mark Morton ຂອງ Lamb of god ເພາະເຮົາມັກແນວນີ້ຢູ່ ແຕ່ຖ້າໃນຮູບແບບວົງແມ່ນຄົງຈະແມ່ນ Incubus and Two door cinema club.

LAOPRESS.COM: ຫາກແຟນໆເພງຢາກຕິດຕາມ ດຽວນີ້ວົງ Leprozy ຫຼີ້ນປະຈຳຢູ່ໄສ
LEPROZY: ພວກເຮົາບໍ່ໄດ້ຫຼີ້ນປະຈຳເປັນອາຊີບປະຈຳ, ພຽງແຕ່ ໂທນີ້ເປັນນັກຮ້ອງໃນພັບ ກັບວົງທີ່ເສບກາງຄືນ.
ແຕ່ພວກເຮົາເປັນສີລປິນ ເປັນຜູ້ສ້າງງານເພງສື່ໆ ..ຖ້າຢາກຕິດຕາມຄົງຈະແມ່ນ ທາງ facebook page ພວກເຮົາເອງ . ຈະພະຍາຍາມສ້າງຜົນງານໃຫ້ໄດ້ຕິດຕາມ.

LAOPRESS.COM: ເວລາຮ້ອງເພງຢູ່ ແຟນໆຂໍຖ່າຍຮູບນຳໄດ້ຢູ່ຕີນໍ
LEPROZY: ອັນນີ້ຍັງບໍ່ເຄີຍມີໃຜຂໍຖ່າຍນຳ 555

LAOPRESS.COM: ພວກນ້ອງຄິດແນວໄດກັບວົງການເພງລາວເຮົາ
LEPROZY: ສ່ວນຕົວຄິດວ່າຍັງລ່າຫຼັງຢູ່, ບໍ່ແມ່ນດູຖູກຄົນຟັງ ແລະ ຄົນວົງການ .
ປະມານວ່າຍັງຫາຂອງກິນເອງບໍ່ເປັນ ຍັງຖືກກະແສບາງຢ່າງປ້ອນຍັດເຂົ້າໄປໃຫ້ກິນ ເວົ້າງ່າຍໆວ່າຍັງຕາມກະແສເພື່ອນບ້ານຢູ່. ພວກເຮົາຍັງຂາດ ນັກສ້າງງານທີ່ດີ ແລະ ເກ່ງ ມາພັດທະນາຢູ່.

LAOPRESS.COM: ນອກຈາກດົນຕີ ຫຼືຊ້ອມເພງແລ້ວພວກນ້ອງພາກັນເຮັດຫັຍງນໍເວລາຫ່ວາງ
LEPROZY: ເວລາວ່າງ?
ທຸກມື້ນີ້ບໍ່ຄ່ອຍໄດ້ຊ້ອມກັນປານໃດເລີຍ ເພາະ ຕ່າງຄົນຕ່າງມີວຽກໜ້າທີ່ຮັບຜິດຊອບທີ່ແຕກຕ່າງກັນ
ແຕ່ຖ້າໄດ້ເຈິກັນສ່ວນໃຫຍ່ກໍ່ຫາກິດຈະກຳເຮັດຮ່ວມກັນ ເຊັ່ນຫຼີ້ນກິລາ ເຕະບານ , hang out, ຫຼີ້ນເກມ ເຕະບານ, ປ່າຕີ້ກັບໝູ່ໆນັກດົນຕີທີ່ລົມກັນຮູ້ເລື່ອງ
ປະມານນັ້ນ

ຂອບໃຈຫຼາຍໆກັບຄຳຖາມທີ່ໃຫ້ພວກນ້ອງໄດ້ມີກຳລັງໃຈໄດ້ເຮັດວຽກຂອງພວກເຮົາຕໍ່ໄປ
ຫວັງວ່າອ້າຍສິເຂົ້າໃຈເນາະ

ດັດ (ກີຕ້າ), ຮຽບຮຽງດົນຕີ, ມິວຊິກວີດີໂອ ແລະ ບໍລິຫານວົງ.

MUSIC VIDEO

 

 

 

 

Leave a Comment