Voradeth Dittavong

The biggest, most well known, Lao’s very own godfather of music is Mr Voradeth Dittavong. He toured Australia several years ago. Currently, he is earning his craft as one of the main DJs for Voice of America radio station.

He was once part of the most exciting chapter in Lao music pop history. He has released many great hit songs and many of them have been re-recorded by famous Lao & Thai artists.

He is still making great noises. This is one of them. It’s Hugkaurbok Baur Hugkaurbok meaning Tell Me That You Love Me, Not.

During August 2001, Laotian in Australia have welcomed one of Lao pop pioneer. The biggest, most well known, we presented you Mr Voradeth Dittavong.
He toured Sydney, Melbourne and Canberra. He also officially launched his brand new album called “Jenny you say” which translates in English meaning “Last night where were you?”.

There are ten brand new songs in this album. All of the them are written by himself.

The album recorded in California. It will be available in Australia in two months. we have World exclusive of his brand new song here at laopress.com.

Voradeth came to Australia with wife, daughter and son.

For more information about his latest album email to thegroup@itcentric.com.

SONG

Share

×

 

VIDEO

 

The Interview

This is an excellent interview of Voradeth Dittavong conducted by Paxazinh Lao Monthly Magazine. Voradeth recorded his first hit song Mayuri after his return from France in 1970 after years of studies.

His career spans more than forty years in entertainment business. When he lived in Laos he recorded, wrote, and produced more than twenty top hit songs. Many of his hit songs have been re-recorded by many new artists including those from neighbouring countries.

ສະບາຍດີກ່ອນອື່ນຂ້າພະເຈົ້າຂໍສະແດງຄວາມຮັກແພງຄວາມຂອບອົກຂອບໃຈກັບ ທູກໆຄົນໃນທີ່ນີ້ຂ້າພະເຈົ້າເຫັນວ່າການຈັດທຳໜັງສືເຫລັ້ມນື່ງຂື້ນມາເປັນເອກກະ ລັກຂອງຄົນລາວເພື່ນຄົນລາວ ແມ່ນເປັນເລື້ອງທີ່ດີທີ່ສາມາດຍົກລະດັບ ການຮັບຮູ້ ຂອງຄວາມເປັນລາວວັທນະລາວ ທາງດ້ານພາສາລາວໃຫ້ຄົງຢູ່ກັບພວກເຮົາ ຕລອດ ໄປຂ້າພະເຈົ້າຂໍສະນັບສນູນແລະແລະໃຫ້ກຳລົງໃຈ ຢ່າງເຕັມທີໃນສິ່ງ ທີ່ ພວກທ່ານກຳລົງເຮັດກັນຢູ່ນີ້

ກຽ່ວກັບເລື້ອງສ່ວນຕົວຂອງຂ້້າພະເຈົ້າໃນເຣື້ອງບົດບາດຂອງການເປັນສີນລະປີນ ຕັ້ງແຕ່ມື້ທຳອີດ ຈົນມາຮອດດຽວນີ້ກໍບໍ່ມີຫຍັງທີ່ເຫັນວ່າໜັກໜາແຕ່ວ່າເຣື້ອງ ສີລປີນ ຫຼືສີລປະໃນການຮ້ອງເພງນີ້ ກໍເປັນຄວາມມັກ ຄວາມຮັກ ຄວາມໄຝ່ຝັນ ຂອງຂ້າພະເຈົ້າມາແຕ່ຍັງນ້ອງໆພູ້ນ

ຄັນຊີ່ເວົ້າແລ້ວ ຂ້າພະເຈົ້າມາເລີ້ມເອົາຈີງເອົາຈັງ ໃນການເຂົ້າມາສູ່ສົງການເພງ ກໍໃນຣຫວ່າງທ້າຍປີ 1970 ຫລັງຈາກກັບມາຈາກປະເທດຝຣັງເສສ  ຕົ້ນປີ 1971 ໄດ້ມາແຕ່ງເພງອອກອາກາສຢູ່ສຖານີວິທຍຸແຫ່ງຊາດ ສອງເພງ ຄືເພງ

  1. ມະຍຸຣີ ແລະເພງ
  2. ຄິດເຖີງນາງ

ປະຊາສີລປ໌: ມີຄວາມຫຍຸ້ງຍາກບໍ່ໃນຕອນນັ້ນໃນການເຮັດເພງອອກອາກາສ?

ວໍຣະເດດ: ຄັນຊຸເວົ້າແລ້ວໃນສະມັຍນັ້ນກໍຍັງບໍ່ທັນເຫັນເປັນກະແຊັດເພງອອກຂາຍ ການເຮັດເພງແມ່ນເຮັດກັນຢູ່ສະຖານີວິຖະຍຸແລະເພງທີ່ອັດສຳເຣັດ ກໍຕ້ອງນຳອອກ ອາກາສ ສອງເພງທຳອິດທີ່ອອກມາ ປາກົດວ່າໄດ້ສ້າງຄວາມປະທັບໃຈໄຫ້ກັນ ແພນໆເພງໃນຍຸກນັ້ນພໍສົມຄວນ ຕໍ່ຈາກນັ້ນມາກໍໄດ້ມີເພງໃໝ່ໆທີ່ໄດ້ບັນທຶກສຽງ ອອກມາຕຶ່ມອີກ ເຊ່ນເພງ ບາງທີ…ຕໍມາກໍມີມີເພງ ກັບມາຮັກກັນໃໝ່ເຖີດທີ່ຮັກ ສຳຫລັບນີ້ກໍແມ່ນໄດ້ຮັບການສນັບສນຸນແລະ ໄຫ້ກຳລັງໃຈຈາກມິດ ເພງທົ່ວ ປະເທດ ຕໍ່ຈາກນັ້ນກໍແມ່ນເພງ ອ້າຍອາດມາຊ້າໄປ ເພງ ດ້ອຍເຫດໃດນ້ອງ ຈຶ່ງລືມ  ແບະ ຈາກນັ້ນມາບໍ່ດົນກໍມີເພງໃໝອອກມາຕືມເຊ່ັນ ນ້ຳຂອງຍາມແລງ, ຮັກສາວລີເຊ ແລະ ເພງສາວສມັຍໃໝ່ ໃນຈຳນວນເພງທີ່ອັມມະຕະແລະ ດັງທີ່ສຸດກໍຄົງຈະເປັນເພງ ຂາດຮັກ

ປະຊາສີລປ໌: ທ່ານຈື່ບໍວ່າຕັ້ງແຕ່ເລີ້ມຕົ້ມປະພັນເພງ ທັງແຕ່ງທັງຮ້ອງມາແມ່ນໄດ້ປະມານຈັກເພງແທ້?

ວໍຣະເດດ: ເທົ່າທີ່ຈື່ໄດ້ກໍປະມານ 20 ກ່ວາເພງ ແລະໃນຈຳນວນເພງທັງໝົດນັ້ນກໍແມ່ໄດ້ຮັບຄວາມນິຍົມຊົມຊອບຈາກແຟນເພງ ຢ່າງທົ່ວຖີ່ງກັນໃນທົ່ວປະເທດລາວ

ປະຊາສີລປ໌:  ທ່ານໃຊ້ເວລາດົນປານໄດກັບການຂຽນເພງແຕ່ລະເພງ?

ວໍຣະເດດ: ມີບາງເພງກໍໃຊ້ເວລາເກືອບປີ ເຊັ່ນເພງ ອ້າຍອາດມາຊ້າໄປ ແຕ່ລະເພງນັ້ນອີກກໍໃຊ້ເວລາເກືອບສອງສາມເດືອນ ທີ່ໃຊ້ເວລາດົນເຊັ່ນນັ້ນກໍເພາະວ່າ ຕ້ອງໄດ້ໄຈ້ແຍກສືກສາ ໄຫ້ລະອຽດກ່ອນເຂົ້າຫ້ອງອັດ

ປະຊາສີລປ໌:  ເພງຂອງທ່ານສ່ວນໄຫຍ່ແມ່ເປັນປະເພດໃດກັນແທ້?

ວໍຣະເດດ: ເພງຂອງຂ້າພະເຈົ້າສວນໃຫຽ່ແມ່ນເປັນເພງລູກກຸງ ເນື້ອໃນຂອງແຕ່ ລະເພງຈະອອກມາໃນຮູບແບບຂອງຄວາມຮັກ ຄວາມສາມາຄີ ຄວາມຜິດຫວັງ ແນ່ນອນທີ່ສຸດຄົນເຮົາແມ່ນຕ້ອງປະສົບກັບຄວາມຜິດພາດໄດ້ແຕ່ເຮົາຈະຕ້ອງ ມີການຕັດ ສີນໃຈກັບບັນຫາຊີວິດໄປໃນທາງທີ່ຖືກ ທີ່ຄວນ ໂດຍສະເພາະກໍຄື ການຜ່ອນສັ້ນຜ່ອນຍາວເຂົ້າຫາກັນ  ການໄຫ້ອາພັຍຊຶ່ງກັນແລະກັນ ແລະຢູ່ໃນ ນັ້ນກໍຈະສະທ້ອນ ໃຫ້ເຫັນເຖີງຄວາມຮູ້ສືກຂອງຄວາມເປັນອິດສຣະພາບ ສເມີ ພາບແລະຄວາມເທົ້າທຽມກັນໃນຊີວິດຂອງເຮົາເປັນສ່ວນໃຫຍ່

ປະຊາສີລປ໌:  ເພງຂອງທ່ານແຕ່ລະເພງແມ່ນການປະພັນແລະໃຫ້ທຳນອງດ້ວຍ ຕົນເອງໝົດບບໍ?

ວໍຣະເດດ:  ແມ່ນລະ ເພງທຸກໆເພງແມ່ນຂ້າພະເຈົ້າ ຜູ້ດຽວເປັນຜູ້ຄິດແຕ່ງແລະ ໃຫ້ທໍານອງ ທັງຮ້ອງ

ປະຊາສີລປ໌:  ທ່ານມີຄວາມຮູ້ສືກແນວໃດແດ່ ກັບສີລປີນລຸ້ນໃໝ່ທີ່ໄດ້ນຳເອົາເພງຂອງທ່ານມາຮ້ອງໃໝ່?

ວໍຣະເດດ:  ຮູ້ສືກພູມໃຈແລະດີໃຈກັບສີລປີນລຸ້ນໃໝ່ທີ່ໄດ້ກຽດຜົລງານຂອງຂ້າພະເຈົ້າ ແລະກໍໄດ້ນຳມາບັນທຶກອັດກັນໃໝ່  ຖືວ່າເປັນກຽດອັນຍີ່ງໃຫຍ່ຂອງຂ້າພະເຈົ້າ ແຕ່ເຖີງຢ່າງໃດ ຖ້າເປັນໄປໄດ້ກໍຢາກຈະໄກ້ໄດ້ມີຄວາມປືກສາໂອ້ມລົມໜ້ອຍໜື່ງ ກ່ອນຈະນຳໄປອັດ

ປະຊາສີລປ໌:  ມີເພງຂອງທ່ານບາງເພງທີ່ມີຄົນໃທຍ໌ ນຳໄປອັດແລະປຽ່ນເນື້ອເປັນພາສາໃທຍ໌ ທ່ານກໍພໍແດ່ບໍວ່າມີຈັກເພງແລະມີຄວາມຈີງພຽງໃດກັນ?

ວໍຣະເດດ:  ແມ່ນແທ້ ເພງຂອງຂ້າພະເຈົ້າຈຳນວນໜື່ງທີ່ນັກຮ້ອງໃທຍ໌ນຳ ໄປຮ້ອງ

ປະຊາສີລປ໌:  ທ່ານມີຄວາມຄິດແນວໃດແດ່ກຽ່ວກັບວົງການ ສີລປີນລາວໃນຕ່າງ ແດນເວລານີ້?

ວໍຣະເດດ:  ເທົ້າທີ່ປະກົດເຫັນມາ ກໍແມ່ນວ່າມີອັນດີໆເກີດຂື້ນມາຫຼາຍອັນ ຂ້າພະເຈົ້າແມ່ນມີຄວາມພູມໃຈຫລາຍທີ່ສຸດ ທີ່ໄດ້ເຫັນສີລປີນລາວ ລຸ໊ຍໃໝ່ທີ່ໄດ້ມີຄວາມສ້າງສັນ ແຕ່ສີງທີ່ຈົບໆງາມໆ ອອກມາສູ່ສາຍຕາພີ່ນ້ອງໃນທີ່ນີ້ໄດ້ຊື່ນ ຊອບ ທາງລ້າງການພະພັນເພງ ກໍເຫັນວ່າມີລີລາການປະພັນທີ່ແປກຕ່າງກັນໄປ ແລະຈັນກະທັ້ງການຫຼີ້ນດົນຕຣີການປະສານສຽງແລະການຮ້ອງກໍເຫັນວ່າ ສີລປີນລຸ້ນ ໃໝ່ນີ້ເຂົາເຈົ້າມີພອນສວັນທີ່ເປັນເອກກະລັກຂອງຕົວເອງນັ້ນມີຄວາມກ້າວໜ້າ ຫລາຍ

ປະຊາສີລປ໌:  ກຽ່ວກັບທັສນະສ່ວນຕົວຂອງທ່ານກ່ຽວກັບວົງການເພງນີ້ທ່ານນີ້ທ່ານກໍໄດ້ ຕິດຕາມ ມາໂດຍຕລອດບໍ່?

ວໍຣະເດດ:  ຂ້າພະເຈົ້າໄດ້ຕິດຕາມວົງການເພງລາວນີ້ມາໂດຍຕລອດຄິດວ່າມັນ ເປັນສິ່ວທີ່ດີ  ຖ້າຈະເວົ້າໄປເຖີງທາງດ້ານວັທນະທັມແລະປະເພນີລາວຂອງເຮົາ ແລ້ວຄົນລາວເຮົາບໍ່ວ່າ ໄປຕົກຢູ່ໃສກໍຍັງເປັນຄົນລາວ ແລະຍັງຍຶດຖືຮີດຄອງປະ ເພນີຂອງຕົນເອງຢູ່ບໍ່ມີອັນໃດປ່ຽນແປງ ຂ້າພະເຈົ້າມີຄວາມພູມໃຈທີ່ສຸດມີ່ໄດ້ມາ ເຫັນພວກນ້ອງໆ ຫລານໆທີ່ມີໃຈຝັກໄຝ່ສນັບສນູນສີລປະວັທນະທັມ ຂອງຊາດ ຕົວເອງແມ່ນດີຂື້ນມາເລື້ອຍໆ

ປະຊາສີລປ໌:  ຢາກຈະຖາມວ່າ ເຊື້ອສາຍຫຼືເຄືອຍາດ ຕັ້ງແຕ່ງສມັຍກ່ອນກໍເປັນ ສີລປີນມາກ່ອນບໍ່ຫຼືແນວໃດ?

ວໍຣະເດດ:  ຕາມເຊື້ອສາຍລ່າຍລ່ອງທີ່ຕົກທອດມາເລື້ອຍ ກໍໄຫ້ຖືເສັຽວ່າພວກເຮົາພວກເຮົາມີເລືອດຂອງການເປັນສີລປີນນີ້ຢ່າງເຕັມຂັ້ນ ຂ້າພະເຈົ້າຈື່ໄດ້ວ່າໂດຍສະ ເພາະແມ່ນເພງ ດອກບົວທອງ ສຳລັບເພງນີ້ກໍແມ່ນການປະພັນ ແລະຂຽນອອກມາຈາກຕະກູນ ດິດທະວົງ ນັບວ່າພົນງານເພງນີ້ແມ່ນອັມມະຕະຫລາຍ ແລະເປັນໜ້າຍົກຍ້ອງ

ປະຊາສີລປ໌:  ໃນຕອນສຸດທ້າຍນີ້ ທ່ານມີຫຍັງຕື່ມ ທີ່ຈະຢາກຝາກຝັງຄວາມຮັກແພງໄປເຖີງແພນເພງແລະລູກຫລານ ສີລປີນລາວໜ້າໃໝ່ທີ່ມີຢູ່ທຸກແຫ່ງ?

ວໍຣະເດດ:  ກ່ອນອື່ນ ຂ້າພະເຈົ້າຄິດວ່າ ເພງເປັນສີລປະສວນໜື່ງຂອງວັນນະຄະດີລາວ ແຕ່ການດຳເນີນງານແລະການພົວພັນກັບເລື້ອງນີ້ມາໂດຍຕລອດ ຈີ່ງເຮັດ ໃຫ້ຂ້າພະເຈົ້າເຂົ້າໃຈຫລາຍໆຢ່າງໃນຄວາມສຳຄັນຂອງວົງການນີ້ ຂ້າພະເຈົ້າຈຶ່ງຂໍ ສົ່ງກຳລັງໃຈແລະຂໍຝາກສົ່ງເສີມຊຸກຢູກໃຫ້ນ້ອວນຸ່ງໄດ້ມີການດຳເນີນກັນໄປເລື້ອຍໆ ກ່ຽວກັບ ເລື້ອງເພງຫລື້ຈະເພງອັນອື່ນໃດໆຕື່ມກໍດີທີ່ມີສ່ວນຮ່ວມຢູ່ໃນວົງການນີ້ ດ້ວຍວ່າເລື້ອງສີລປະວັນນະຄະດີມັນເປັນເລື້ອງຂອງພອນສວັນ ທີ່ຕິດຕົວຂອງແຕ່ ລະຄົນມາ ທຸກໆຢ່າງມັນຂື້ນກັບຄວາມພະຍາຍາມ ທີ່ຈະຕັດສີນໃຈຈະເຮັດ ແທ້ທຳ ຈີງຫລືບໍ່?  ເຮົາຕ້ອງຮູ້ວ່າໂລກປັດຈຸບັນນີ້ກຳລັງກ້າວໄປໄກ ແລະເຮົາຈະຕ້ອງ ຫລຽວຊ້າຍ ຫລີືຂວາ ເຮັດແນວໃດມັນຈີ່ງຈະສງ່າງາມ ຊີ່ຈົບຊີ່ດີຍີ່ງໆຂື້ນໄປ  ກໍພຽງເທົ່ານີ້ ແນ່ນອນວ່າເຮົາຈະປະສົບຄວາມສຳເຣັດດ້ວຍ ຄວາມພະຍາຍາມ ຂອງເຮົາເຮົານັ້ນ ຢ່າງສງ່າງາມ

ສຳພາດມາຈາກ ນິຕຍະສານປະຊາສີລປ໌ ຂອບໃຈ

 

Voradeth Dittavong

 

Leave a Comment