Description
ເຈົ້າຍ່າງເຂົ້າມາ ໃນວັນທີ່ຊີວິດອ້າຍກຳລັງວຸ້ນວາຍ
ໃນຕອນທີ່ອ້າຍເພິ່ງຜ່ານ ການເລີກລາທີ່ແສນເຈັບປວດ
ກັບຄົນທີ່ອ້າຍເຄີຍທຸ່ມເທ ຮັກໃຫ້ເບິດທັງຫົວໃຈ
ແຕ່ສຸດທ້າຍສິ່ງທີ່ໄດ້ຄືນມາ ຄືໃຈທີ່ແຕກສະຫຼາຍເປັນສ່ຽງໆ
ເຈົ້າເບິ່ງຄືຄົນທີ່ສົມບູນແບບເກີນໄປ ສຳລັບຄົນຄືອ້າຍ
ອ້າຍເລີຍຢ້ານ… ຢ້ານທີ່ຈະເຂົ້າໃກ້ເຈົ້າ
ໃນໃຈຍັງລະແວງ ຍັງບໍ່ກ້າເຊື່ອໃຈໃຜອີກ
ຍັງຄົງຮັກສາບາດແຜໃຈ ທີ່ຍັງຄົງເຈັບຢູ່ທຸກວັນ
ໄດ້ແຕ່ຖາມຕົວເອງວ່າ ມັນຮອດເວລາແລ້ວບໍ ທີ່ຈະເປີດໃຈຮັກໃຜໃໝ່
ມີຄຳຖາມຫລາຍຫລາຍໃນຫົວ ແຕ່ຕອນນີ້ມັນຄືຊິຊ້າເກີນໄປ
ຄວາມເຈັບໃນໃຈມັນເກືອບທົນບໍ່ໃຫວ ເມື່ອຄິດຮອດເລື່ອງຂອງເຮົາ
ອ້າຍຄິດຮອດນ້ອງເຫຼືອເກີນ ຢາກໃຫ້ນ້ອງມາເປັນຂອງອ້າຍຄືເກົ່າ
ອ້າຍຊັງຕົວເອງແທ້ແທ້… ທີ່ປ່ອຍໃຫ້ນ້ອງຫຼຸດມືໄປ
ຖ້າຍ້ອນເວລາຄືນໄດ້ ອ້າຍຄົງຈະກອດນ້ອງໄວ້ໃຫ້ແໜ້ນ
ບໍ່ປ່ອຍໃຫ້ຄວາມຢ້ານ ແລະ ຄວາມເຈັບໃນອະດີດ ມາເຮັດໃຫ້ເຮົາຕ້ອງຫ່າງໄກ
ຕອນນີ້ໄດ້ແຕ່ຄິດຮອດ…
ແລະ ເສຍໃຈທີ່ປ່ອຍນ້ອງໄປ…
(ເສຍດາຍນ້ອງໄປ…)






Reviews
There are no reviews yet.