Description
ຊື່ເພງ: ກີນບໍ່ໄດ້ ນອນບໍ່ລັບ
ຕັ້ງແຕ່ມື້ນັ້ນ ທີ່ເຮົາຫ່າງກັນໄປ
ໂລກທັງໃບ ກໍເບິ່ງຄືຊິຢຸດເຄື່ອນໄຫວ
ພາບເກົ່າເກົ່າ ຍັງຫຼອກຫຼອນຢູ່ໃນໃຈ
ບໍ່ວ່າຊິເຮັດແນວໃດ ກໍລຶບມັນອອກບໍ່ໄດ້ເລີຍ
ຍ້ອນຄວາມຜິດ ທີ່ຂ້ອຍໄດ້ເຄີຍເຮັດໄວ້
ເຮັດໃຫ້ເຈົ້າ ຕ້ອງຮ້ອງໄຫ້ເສຍນ້ຳຕາ
ຢາກຈະຍ້ອນ ເວລານັ້ນກັບຄືນມາ
ມາແກ້ໄຂ ສິ່ງທີ່ຂ້ອຍໄດ້ເຮັດລົງໄປ
ກີນບໍ່ໄດ້… ນອນກໍບໍ່ເຄີຍຫຼັບ
ໃນຫົວໃຈ ມັນຍັງຄິດຮອດແຕ່ເຈົ້າ
ຄວາມຊົງຈຳ ທີ່ເຄີຍມີສອງເຮົາ
ມັນຄອຍຕອກຢ້ຳ ວ່າຂ້ອຍຄືຄົນທີ່ເຮັດຜິດໄປ
ຂໍໂທດເດີ້… ທີ່ເຮັດໃຫ້ເຈົ້າເສຍໃຈ
ຊ່ວຍຍົກໂທດ ໃຫ້ຄົນຜິດຄົນນີ້ໄດ້ບໍ່…
ບອກໂຕເອງ ໃຫ້ເຊົາຄິດເຖິງເລື່ອງນັ້ນ
ແຕ່ທຸກຄືນວັນ ມັນຍັງຄົງທໍລະມານ
ສິ່ງທີ່ຄ້າງຄາ ຢູ່ໃນໃຈມາແສນດົນນານ
ຄືຄຳວ່າຂໍໂທດ… ທີ່ຢາກບອກເຈົ້າໃຫ້ຮູ້
ກີນບໍ່ໄດ້… ນອນບໍ່ລັບ…
ຂໍໂທດແທ້ໆ… ຈາກຫົວໃຈ…






Reviews
There are no reviews yet.