
By Andy 08/12/2009
ໂດຍ ຈັນທິມາ ແສງສຸຂ
ກາບ ກອນ ໂຄງ ສັນ ແມ່ນ ພາສາກະວີ ນັກກະວີ ແມ່ນຜູ່ສລາດປາດເປື້ອງ ປະຊາຊົນລາວມີພາສາປາກເວົ້າຂີດຂຽນ ເປັນຂອງຕົນເອງ ແມ່ນຄວາມປະເສີດເລີດລ້ຳ ແຫ່ງປະວັດສາດຂອງຄວາມເປັນຊາດເຮົາ ຜົນສຳເລັດອັນຍີ່ງໃຫຍ່ ຂອງນັກກະວີລາວ ຍຸກກ່ອນ ໃນການປະດິດຄິດ ແຕ່ງ ກາບ ກອນ ໂຄງສັນ ມີຄຸນຄ່າຈົນຫາປຽບບໍ່ໄດ້ໍ ຢູ່ໃສມີສຽງແຄນ ສຽງຂັບ ສຽງລຳ ຢູ່ຫັ້ນມີຄົນລາວ ພວກເຮົາເປັນຜູ່ສືບເຊື້ອສາຍ ຂອງພວກເພີ່ນ ສົມຄວນປົກປັກຮັກສາ ສົ່ງເສີມ ມໍລະດົກ ສ່ວນນີ້ ໃຫ້ເປັນແຮງຜູກພັນ ແຫ່ງຈິດສຳນຶກ ອັນເລີກຊຶ້ງໃນ ຄວາມເປັນລາວຕລອດການ
ແນ່ນອນ ການແຕ່ງກາບກອນ ໂຄງ ສັນ ກໍມີກົດເກນຈຳເພາະ ແຕ່ຈະນຳມາເຜີຍແຜ່ລວດດຽວກໍເຫັນວ່າເຫລືອວິໄສ ທ່ານທີ່ປະສົງຢາກຮຽນຮູ້ວິທີແຕ່ງກອນ ກະຣຸນາຮ່ວມມ່ວນຊື່ນກັບພວກເຮົາ ຢ່າງເປັນກັນເອງ
ວິທີແຕ່ງກອນເຈັດ
· ແຕ່ລະແຖວເອີ້ນວ່າວັກໜື່ງ-ລາງເທື່ອກໍວ່າບາດນື່ງ
· ແຕ່ລະບາດແຕ່ລະວັກ ໄຫ້ມີເຈັດຄຳ ໃນນັ້ນຄຳອອກໜ້າ ຕົວຢ່າງ: ແຕ່ນັ້ນ, ບັດນີ້, ເພາະເມື່ອ.... ແລະຄຳຫ້ອຍທ້າຍ ຕົວຢ່າງ ແທ້ນາ, ຮຽມແລ້ວ, ແດ່ທ້ອນ... ບໍ່ໄດ້ນັບເຂົ້າໃນຈຳນວນເຈັດຄຳ
· ຄຳນຶື່ງ ໃຫ້ໝາຍເອົາຄຳເວົ້າພຍາງນື່ງ ດັ່ງ: ນົກ, ກາ, ປ່າ, ໄມ້... ສ່ວນຄຳວ່າ ຖແລງ, ສເມີ, ສະອາດ... ກໍໄຫ້ນັບນັບເປັນຄຳດຽວ-ສາສນາ, ພິສວົງ, ປາຖນາ... ໃຫ້ນັບເປັນສອງຄຳ
· ກອນບົດນຶ່ງມີສີ່ບາດ (ສີ່ວັກ) ຄື: ບາດສະດັບ, ບາດຣັບ, ບາດຮອງ, ແລະບາດສົ່ງ ອາສັຍ ສີ່ບາດ: ສະດັບ(ຟັງ) - ຮັບ-ຮອງ-ສົ່ງ ນີ້ ກອນບົດນຶ່ງ ຈື່ງໄດ້ຄວາມຕາມ ປະສົງຢາກ ພັນຣະນາ
· ຫາກບໍ່ນັບຄຳອອກໜ້າ ແລະ ຄຳຫ້ອຍທ້າຍ ກອນບົດນຶ່ງຈະມີ 28 ຄຳ
1 2 3 4 5 6 7
8 9 10 11 12 13 14
15 16 17 18 19 20 21
22 13 24 25 26 27 28
· ການແຕ່ງກອນ-ອ່ານກອນ ເພື່ອໃຫ້ຖືກ ແລະມ່ວນອອນຊອນ ຕ້ອງອາສັຍທຳນອງ ຄືທຳນອງລຳເປັນຕົ້ນ ຫລືປົງສຽງໄຫ້ຖືກສຽງເອກ ສຽງໂທແມ່ນສິ່ງຈຳເປັນໃຫ່ຖືກບ່ອນດັ່ງນີ້: 2 (ເອກ), 3(ໂທ), 5 (ເອກ), 11 (ເອກ), 14 (ໂທ), 17 (ໂທ), 21 (ເອກ), 23 (ເອກ), 24 (ໂທ), 26 (ໂທ), 27 (ເອກ)
· ຄຳໃດທີ່ສະກົດດ້ວຍ ແມ່ກັກ ແມ່ກັດ ແມ່ກັບ ນັບເປັນສຽງເອກ ທ່ານໄດ້ຮຽນຮູ້ຫລັກການຂັ້ນພື້ນຖານແລ້ວ ທ່ານສາມາດລົງມືປະຕິບັດ ພາກໂຕຈີງໄດ້ ແລະບໍ່ຕ້ອງກັງວົນໃຈ ຍິ່ງຝືກຫັດກໍລຍິ່ງຊຳນານ
ຕົວຢ່າງສອງບົດທີ່ພັນຣະນາ ເຖີງຄວາມຮັກຄວາມສວຍງາມ ແລະຮັ່ງມີຂອງປະເທດລ້ານຊ້າງ
ແນນເກົ່າເກື້ອ ເກີດຮ່ວມຮຽງຮັກ ແລ້ວນັ້ນ
ໃຜຫ່ອນ ຂີນຂັດເຊີງ ສວາດດູດາຍໄດ້
ສົມຄວນໄດ້ ຊິໄລວາງປະປ່ອຍ ເປັນລື
ແມ່ນວ່າ ສຸດຂອບຟ້າ ທະຍານຢື້້ຢ່ອງເຖີງ
ອາກາດກວ້າງ ສຸດຂອບຈັກກະວານ
ເມທະນີສຸດ ຊົ່ວຕາເຕັມຢ້ຽມ
ເໝີຍເໝືອຍໂຫ້ງ ຣຳຣວຍຊ້ອນກິ່ນ
ຜາຍໂຜດໃຫ້ ດິນຊື້ນຊຸ່ມອືນ
(ຈາກສານລຶບບໍ່ສູນ)
ສືກສາຄົ້ນຄວ້າ:
1. ເປັນວ່າຄຳເອກ ຄຳໂທ ໄດ້ຢູ່ປະຈຳບ່ອນ ຖືກຕ້ອງຕາມບັນຍັດ ຂໍ້ທີ6 ສ່ວນອື່ນທີ່ມີສຽງເອກສຽງໂທກໍບໍ່ມີບັນຫາ
2. ໃນຄວາມເປັນຈີງແລ້ວ: ຊິໄລ, ທະຍານ, ທະນີ, ອອກສຽງສອງພຍາງ ແຕ່ນັບເປັນຄຳດຽວ, ຈັກກະວານ ນັບເປັນສອງຄຳ
ໄຂຄວາມ:
ແນນ = ມີຄວາມຜູກພັນ; ສວາດ = ຍີນດີ, ຮັກໄຄ່, ງາມ, ດີ; ເມທະນີ = ແຜ່ນດນ; ເໝີຍ = ອາຍນ້ຳ; ເໝືອຍ = ໝອກ
ຮຽນຮູ້
ຢາກແຕ່ງກອນໄດ້ດີ ຕ້ອງສັງເກດ ແລະອ່ານກອນຫລາຍໆ ເວລາອ່ານຕ້ອງປົງສຽງໃຫ້ຖືກ ແລະໃຊ້ທຳນອງລຳ ຫລືກ່ວມໄປພ້ອມ ເພື່ອຄວາມຈື່ງ່າຍ ແລະສຳຄັນຄື ຮຽນຮູ້ຄວາມລາວຫລາຍໆ
ຫັດແຕ່ງ
ຄຶດເຖີງ
ຄືນນັ້ນ ຈັນຈ່ອງຟ້າ ເມກໝົ່ນມອງສລົວ
ມີນາ ວາໂຍຜລຽງ ຫວາດຜວາຈຳຈ້ອນ
ຈາກຝັ່ງ ວຽງຈັນຈ້ອມ ເມືອງຮອມຫລົງຮ່ອມ
ກາງຕໍ່ ຕາຍດາບໜ້າ ຜລານ້ອຍຄ່ອຍຄານ
ຄືນນີ້ ຈັນແຈ່ມຟ້າ ສາຍສ່ອງເມທະນີ
ມີນາ ວຽນຫລານຄົບ ຂວບເກີນກາຍລ້ຳ
ມົ້ມທຸກ ສົມປະສົງພໍ້ ສັງຄົມຈະເຣີນຍິ່ງ
ຍາມຈົນ ແສນຍາກເຍື້ອນ ໃຈຂ້ອຍຫ່ອນຊິລືມ ໄດ້ເດ