
By Andy 06/12/2009
THE LAO ART & MUSIC FOUNDATION
This poem is by Khamsunya from The Lao Art & Music Foundation Magazine. It’s written to urge Laotian artists from all over the world to keep on producing Lao finest art as we have been doing for many generations. So check it out.
ຮວມໃຈກັນເຖີດ ສີລປີນລາວ
ໂດຍ ຄຳສັນຍາ
ສີລປີນລາວ ພວກເຮົາບໍ່ແມ່ນອື່ນໄກ
ເຖີງຕົກຢູ້ໃສ ຫົວໃຈຍັງເປັນລາວຢູ່
ພວກເຮົາສ້າງສັນ ຜົນງານໄຫ້ໂລກໄດ້ຮູ້
ສີລປນັ້ນລາວມີຢູ່ ຄູ່ກັບເຮົາມາແສນນານ
ສີລປີນລາວ ຮີບຟ້າວຮວມແຮງຮວມໃຈ
ແມ່ຍາກພຽງໃດ ຣືໄທຂໍຢ່າໄຫວຫວັ່ນ
ຟື້ັນຟູຮັກສາ ສີລປະອັນລ້ຳຄ່າເຮົານັ້ນ
ຝຶກຝົນຕົນໃຫ້ທັນ ກັນໂລກແລະວິທະຍາການ
ຈົ່ງຮັກແພງ ສາມັກຄີປອງດອງ
ເໝືອນພີ່ເໝືອນນ້ອງ ຮ່ວມທ້ອງດຽວກັນ
ຈະມາຈາກເໜືອ ໃຕ້ກາງບໍ່ສຳຄັນ
ຢ່າໄດ້ຄິດແບບ່ງຜີວເຜົ່າພັນ ກໍລາວດຽວກັນທູກຄົນ
ສີລປີນລາວ ພວກເຮົາຈົ່ງກ້າວເດີນໄປ
ແມ່ນໄປຢູ່ໃສ ຢ່າໄດ້ສ້າງຄວາມໝອງໝົ່ນ
ຍຶດໝັ້ນໄນສີລ ຄຸນນະທັມໃສ່ໃຈປ່ຽມລົ້ນ
ທຳດີເຊີດຊູກຽດຕົນ ໄວ້ຊື່ສຽງຊົນຊາດລາວ


ຈະຮັກໄຜດີ
ເນື້ອຮ້ອງ-ທຳນອງ: ສີລາວົງ
Key Db
Scale Db Eb F Gb Ab Bb C Db
Chords Db Ebm Fm Gb Ab Bbm
Db Ebm Ab Db
ເອື້ອຍກໍງາມ ນັອງກໍງາມ ຈະຮັກໃຜດີ
Db Bbm
ເອື້ອຍນັ້ນງາມ ງາມແທ້ງາມມີສເນ່
Db Ab Db
ງາມແທ້ເດ ຍາມຍີ້ມກໍຫວານຈັບໃຈ
Db Bbm Ebm Ab
ສອງພວງແກ້ມ ເບັ້ງບານເໝືອນດວງດອກໄມ້
Db Bbm
ໜັາຮັກໄຄ່ ໝ້າເຊີຍຊົນດົມແກ້ມນັ້ນ
Db Ebm Ab
ໄດ້ແຕ່ຄິດ ຄ່ຳຄວນເພີ້ລຳພັນ
Db Ebm Db
ໂອຈອມຂວັນ ເຈົ້າຊ່າງງາມໆທັງນ້ຳໃຈ
Db Bbm
ນ້ອງກໍງາມເໝືອນເອື້ອຍ ງາມບໍ່ມີຜິດ
Db Ab Db
ໄດ້ແຕ່ຄິດ ບໍ່ຮູ້ຈະຕັດສີນໃຈ
Db Bbm Ebm Ab
ສອງນ້ອງເອື້ອຍ ຊ່າງໆຄຸ່ກັນໄປ
Db Bbm
ຮັກເອື້ອຍໃຫຍ່ ຍັງນ້ອງນ້ອຍຜູ້ໂສພາ
Db Ebm Ab
ອູກໃຈໜັກ ເມື່ອຮັກມີບັນຫາ
Db Ebm/Db Db
ຍາກໜັກໜາ ເມື່ອສອງຄົນນັ້ນເໝືອນກັນ
Db Ebm Ab Db
ເອື້ອຍກໍງາມ ນັອງກໍງາມ ຈະຮັກໃຜດີ
A collection of short poems from Lao Artist Club of NSW Australia
ຮັກສິລ
ຮັກສິລ ຄວນແຕ່ງແຕ້ມ ແປງຕື່ມເຕີມງາມ
ມູນມັງ ມີເຫລືອລາຍ ແມ່ນໃຜຈະມາສ້າງ...?
ມີແຕ່ ຊູມຊາວເຊື້ອ ສິລປິນນ້ອຍໃຫຍ່
ໂຮມຮັກ ໂຮມຈິດໃຈ ຮັກສາແນວໜໍ່ນີ້ ໄຫ້ຄົງຄ້າງຄູ່ລາວ
ໂດຍ..ທ. ຫລວງຣາຊ
ຟັງເນີຊຸມໝູ່ເຈົ້າ ຂຶ້ນຊື່ສິລປີນ
ໃຫ້ຮ່ວມແຮງກັນຮັກ ຫໍ່ໂຣມກັນໄວ້
ຈົ່ງໝັ່ນພຽນຖະໜອມສ້າງ ສິລປະລາວປະຈຳຊາດ
ໃຫ້ອົງອາດຄົງຄູ່ໄວ້ ເພື່ອຫລານຫລ້າຜູ້ໃຫຍ່ລຸນຫລັງ
ໂດຍ..ແສງທອງ ຫລວງຣາຊ
ແນວວ່າສຽງເພງນີ້ ຫາກມີດີຫລາຍຢ່າງ
ຊ່ວຍບັນຈົງປຸກສ້າງ ອາລົມຈິດແຈ້ງແຈ່ມໃສ
ພ້ອມນີ້ທັງຊ່ວຍໃຫ້ ອາລົມຈິດເສົ້າຊ່ວງເຊົາ
ໃຫ້ຫາຍເຫງົາບູດບື້ງ ຕື້ງຄຽດກໍປິວໜີ ທ່ານເອີຍ
ໂດຍ..ເວດສຸວັນ ວິໄລສາຣ
ສຽງເພງຮ້ອງກ່ອມໃຫ້ ໜຸ່ມສາວໄຕ່ຮ່ອມທາງເດີນ
ໃຫ້ໜຸ່ມສາວຫລົງເພີນ ເກີດຮັກກັນເອົາໄວ້
ກໍຍ້ອຍສຽງເພງເຈົ້າ ໄດ້ເອົານາງມາເປັນຄູ່
ຢູ່ນຳກັນຮອດມື້ເຖົ້າ ຮັກກັນເທົ້າຊົ່ວຊີວາ
ໂດຍ..ຍວຍຄຳ ຊານຸບານ
ສິລ ບໍ່ແມ່ນມີແຕ່ຟ້ອນ ຂັບການກອນ
ຍາມເຮົາວາຈາດອມ ສູ່ຄົນທັງຄ້າຍ
ໃຫ້ຂຍາຍຄຳເວົ້າ ວາຈາຕ້ານກ່າວ
ຄືສຸພາສິດເພີ່ນເວົ້າ *ມີຜົວໃຫ້ຊ່າງຢ້ອງ ມີນ້ອງໃຫ້ຊ່າງອອຍ* ຫັ້ນແລ້ວ
ໂດຍ..ສໍດຳ