
By Andy 27/11/2009
COVER GIRL
Let get to know this beautiful girl from Vientiane Capital. She appeared on the front cover of Life Magazine Issue 2/2009. A nineteen years old college student works to support her studies. A year ago she came fourth in her quest to become Miss Healthy & Wise. She is currently single and most importantly she loves cooking. Do you want to know more? Lao emerging magazine known as Life & Business Magazine had an exclusive interview with her.
Life & Business Magazine also interviewed several entrepreneurs, pop artists, officer worker, official opening of the first ever Chery Sales/Service and spare parts super centre in Laos and many interesting and informative topics.
ນາງ ມົນຮັກ ມະນີວົງ ຫຼື ຕາມົນ ສາວງາມນີ້ມີອາຍຸ 19 ປີ ຢູ້ບ້ານ ໜອງແວງ, ເມືອງຫາດຊາຍຟອງ, ປັດຈຸບັນສຶກສາຢູ່ວິທະຍາໄລ ປາກປາສັກ ຂະແໜງເລຂານຸການປີສຸດທ້າຍ ແລະ ເຮັດວຽກຢູ່ບໍລິສັດ ຊິນໂປພດັກເຊີນ

ວາລະສານ ຊີວິດ: ເຄີຍມີປະສົບການຖ່າຍແບບມາກ່ອນບໍ?
ຕາມົນ: ສຳລັບເລື່ອງການຖ່າຍແບບ ຕາມົນ ເອງຍັງບໍ່ເຄີຍມີປະສົບການມາກ່ອນ ຜົນງານທີ່ຜ່ານມາຂອງນ້ອງແມ່ນໄດ້ເຂົ້າປະກວດໜຸ່ມສາວສຸຂະພາບດີ ປະຈຳປີ 2008 ໄດ້ລາງວັນທີ 4
ວາລະສານ ຊີວິດ: ເບີ່ງໜ້າຕາດີແບບນີ້ຄືຈະມີແຟນແລ້ວນໍ?
ຕາມົນ: ຍັງບໍ່ມີເທືອ ເພາະວ່າຄົນເຮົາດຽວນີ້ຕ້ອງເບີ່ງກັນທີ່ໃຈບໍ່ແມ່ນແມ່ນໃບໜ້າທີ່ສວຍງາມ. ຖ້ານ້ອງມີຄວາມຮັກໆທີ່ປະທັບໃຈຂອງນ້ອງແມ່ນການທີ່ໃຜຈະຮັກເຮົາກໍຕ້ອງ ຮັກພໍ່ແມ່ ແລະ ຄອບຄົວຂອງເຮົາພ້ວມ ນີ້ແຫລະຄືຮັກທີ່ນ້ອງປະທັບໃຈ
ວາລະສານ ຊີວິດ: ຕາມສື່ຂ່າວຕ່າງໆກ່ຽວກັບພະຍາດໄຂ້ຫວັດໄຫຍ່ 2009 ນ້ອງວິທີຮັກສາສຸຂະພາບແນວໃດເພື່ອຫລີກລຽງຈາກພະຍາດດັ່ງກ່າວ?
ຕາມົນ: ເພື່ອຫລີກລຽງຈາກພະຍາດທີ່ກຳລັງຈະແຜ່ລະບາດໄປທົ່ວໂລກນີ້ ຕາມົນເອງກໍວິທີການຮັກສາສຸຂະພາບແບບງ່າຍໆເຊ່ນ: ລ້າງມືໃສ່ສະບູທຸກຄັ້ງຫລັງຈາກຈັບສີ່ງຂອງເປີະເປືື້ອນຕ່າງໆ, ກິນນຳອຸ່ນເພື່ອຕ້ານທານພະຍາດໄຂ້ຫວັດ
ວາລະສານ ຊີວິດ: ນ້ອງມັກການແຕ່ງຕົງແບບໃດ?
ຕາມົນ: ການແຕ່ງຕົວຂອງນ້ອງກໍຄືກັນກັບໄວລຸ້ນທົ່ວໄປ ແຕ່ທີ່ມັກແທ້ໆແມ່ນການແຕ່ງຕົວແບບທັນສະໄໝ ແຕ່ກະບໍ່ເຖີງຂັ້ນໂຊຫລາຍຈົນເກີນໄປ ເພາະເຮົາຕ້ອງຄຳນືງເຖີງຮີດຄອງປະເພນີຂອງລາວເຮົາ.
ວາລະສານ ຊີວິດ: ຫລັງຈາກທຸ້ມເທໃຫ້ກັບການຮຽນ ແລະ ວຽກງານແລ້ວ ຕາມົນມັກໄປທ່ຽວໃສເພື່ອພັກຜ່ອນຢ່ອນອາລົມ?
ຕາມົນ: ຄືວ່າຕາມົນເອງເຮັດວຽກ ແລະ ຮຽນໄປພ້ອມກະເລີຍບໍ່ຄ່ອຍມີເວລາປານໃດ ທ້າຍອາທິດສ່ວນໃຫຍ່ນ້ອງຈະໃຊ້ເວລາຢູ່ກັບຄອບຄົວຊ່ວຍວຽກພໍ່ແມ່ ແຕ່ງກິນຊຸມແຊວກັບຄອບຄົວ ເພາະຕົນເອງກໍມັກແຕ່ງກີນຢູ່ແລ້ວ ກະເລີຍທ້າຍອາທິດພັກຜ່ອນຢູ່ບ້ານດີກ່ວາ.
ວາລະສານ ຊີວິດ: ຢາກເຮັດຫຍັງໃຫ້ກັບຄົນທີ່ມີບຸນຄຸນຕໍ່ຕົນເອງ?
ຕາມົນ: ກັບຄົນທີ່ມີບຸນຄຸນຕໍ່ຕົນເອງເຊັ່ນ: ພໍ່ ກັບ ແມ່ ຕາມົນຄິດວ່າຈະເປັາລູກທີ່ດີຂອງພໍ່ແມ່ ແລະ ຈະຕອບແທນດ້ອຍການລ້ຽງດູເພີ່ນຈົນແກ່ ແລະ ຈະເຮັດດີທີ່ສຸດເທົ້າທີ່ຈະເຮັດໄດ້.
ວາລະສານ ຊີວິດ: ສຸດທ້າຍມີຫຍັງຢາກຝາກເຖິ່ງທ່ານຜູ້ອ່ານຜ່ານ ວະລະສານຂອງພວກເຮົາ?
ຕາມົນ: ສຸດທ້າຍນີ້ນ້ອງຂໍຂອບໃຈນຳວະລະສານຊິ່ວິດ-ທຸລະກິດ ຫຼາຍໆທີ່ໃຫ້ກຽດ ແລະໂອກາດນ້ອງໄດ້ຮ່ວມເຮັດວຽກ ແລະ ເປັນສ່ວນໜື່ງໃນການເປັນນາງແບບໃຫ້ກັບວະລາສານ ຂໍໄຫ້ວະລາສານນີ້ ຫຼື ສະບັບຕໍ່ໄປຈົ່ງຢືນຍົງຄົງຢູ່ຮັບໃຊ້ສັງຄົມຕະຫລອດໄປ. ສຳລັບທ່ານທີ່ກຳລັງອ່ານວະລາສານຢູ່ຕອນນີ້ ຕານົນຂໍໄຫ້ທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ມີສຸຂະພາບເຂັ້ມແຂງຕະຫລອດໄປ.
ນາງແບບ: ມົນຮັກ ມະນີວົງ (ຕາມົນ)
ແຕ່ງໜ້າ: ຄຳແກ້ວ ເສີມສວຍ
ໂທ: 020 560 1691
ເສື້ອຜ້າ: KT Shop
ໂທ: 020 599 9955
ຖ່າຍພາບ: ເກົ້າຍອດ ອີເມຈ໌
For Advertising contact info:
Telephone: 021 26 4446, 21 5712
Mobile: 66 22251, 77 22251
Email: Life.Biz889@gmail.com
The above interview conducted by Life Magazine 2009

